วันศุกร์ที่ 10 กรกฎาคม พ.ศ. 2563

ເນື້ອເພລງ: ລຳຜູ້ໄທສາວຜຼ້ໄທຮ່ອນຄຳ

ເນື້ອເພລງ: ລຳຜູ້ໄທສາວຜຼ້ໄທຮ່ອນຄຳ
ໂດຍ:ອາຈານ: ດອກເພັດແດນຈຳພອນ
ຂັບຮ້ອງໂດຍ: ມະໄລທອງ ຖິ່ນສະຫວັນ


** ໂອ້ຍນໍ.......ລະທ່ານຜູ້ຟັງເອີຍ...
ຊາຍເອີຍ ສາວຜູ້ໄທທາງກຳ້ແຖວເມືອງວັງ-ອ່າງຄຳ
ຍັງຄອງຄອຍອ້າຍຢູ່ ຄອຍຢາກມີຫມ່ອມຊູ້ ຄຽງຂ້າງນ້ອງຮ່ອນຄຳອ້າຍເອິຍ .ໆ..

** ເຊີນເຢິ້.  ເຊີນໄປຢາມຫມ່ອມນ້ອງ ຢູ່ທ້ອງຖິ່ນເມືອງວີລະ
ເມືອງທີ່ມີພູຜາ ປ່າພະນອມລຽນຊ້ອນ
ໃນດົງດອນກະມີໄມ້ ຈວງຈັນອັນລຳ້ຄ່າ
ສັກກຸນາລິ້ນຫມັ້ນ ກວາງພານເຕັ້ນສະນັ່ນເນືອງ ແທ້ນາ .ໆ.

** ອັນວ່າ ແຖວໄຮ່ນາອັ່ງເຂົ້າ ເຕົ້າຕ່ອມອຸດົມດີ
ສາຍນຳ້ມີປູປາ ລ່ອງລອຍວັງກວ້າງ
ປວງປະຊາສະຫນຸກສ້າງ ປົວແປງເຈົ້າຂຸດກົ່ນ
ບໍ່ໃດ້ຮົນຮ່ວນຮ້ອນ ເຂິນຂ້ອນແຕ່ຢ່າງໃດ ດອກເດີ້  ໆ

** ຊາຍເອີຍ ຕາມສາຍທານຮ່ອງທ້າງ ເພີ່ນບ້າງຮ່ອນເອົາຄຳ
ຢູ່ຕາມລຳເຊບາຍ ຮ່ອງສາຍເຊນ້ອຍ
ຄອຍໄປຕາມສາຍຫວ້ຍ ບ່ອນໄຫຼລົງໃສ່ເຊກອກ
ບອກວ່າຄຳຢາດຍ້ອຍ ຕາມລຳນຳ້ເຊາະຫາດຊາຍ ອ້າຍເອີຍ

** ເຄີຍມີ ປະເພນີຕັ້ງແຕ່ເຄົ້າ ເຖົ້າແກ່ຕາຍາຍ
ພາກັນໄປຫາເຂິງ ຮ່ອນຄຳຕາມລຳນຳ້
ສົມກັບນາມທີ່ເຂົາເອີ້ນ ວ່າມືອງວັງບ່ອນຄຳອັ່ງ
ແດນທີ່ແສນເຈົ້າເອກອ້າງ ວ່າເປັນຮ່ອງອ່າງຄຳໆແທ້ຫນາ  ໆ

** ຊາຍເອີຍພໍອາລຸນສະຫວ່າງຟ້າເບີຍເບີກບູຣະພາ
ສັກກຸນາແຊວໆສຽງ ກ່ອມດົງພົງດ້າວ
ຊຸມບ່າວສາວພາກັນຫ້າວ ແພຄຽນຫົວຖືກະຕ່າ
ພາຍຕິບເຂົ້າປີ້ງປາ ພ້ອມຫມາກພູໄຫ້ແມ່ຕູ້
ຫັນຫນ້າສູ່ນະທີ ພີ່ເອີຍໆ

** ເຖິງວ່າ ພາກັນທຳຈັ່ງຊີ້ກະດີກວ່າປ່ອຍເວລາ
ເສັດຈາກທຳນາສວນກໍມ່ວນຍິນຢູ່ລຳນຳ້
ມື້ມັນຫມານກະພໍໄດ້ ຄຳສະຫຼຶງໄວ້ໃສ່ກວດ
ຫົວໃຈປວດຈ້າວໆ ໃຜບໍ່ຫ້າວບໍ່ແມ່ນຄົນ ດອກນາ  ໆ

** ເຊີນເຍີ້ ເຊີນຮ່ວມນຳມ່ອມນ້ອງ ເມືອບ້າງຮ່ອນຄຳແດງ
ມາຊ່ອຍແປງສາຍແນນ ຮ່ວມສາວຜູ້ໄທນີ້
ຄັນບຸນມີກໍຄົງໃດ້ ເມືອງສູ່ເຈົ້າຊ້ອນບ່ອນ
ເປັນເຂິຍຄູນລ້ຽງພໍ່ເຖົ້າ ເປັນເຂີຍຄູນລ້ຽງແມ່ເຖົ້າ
ມູນສິຂ້ອນແຕ່ຕ່ອນຄຳ ນັ້ນແລ້ວ  ໆ

ຂໍຂອບໃຈ
ວົງດນຕີ unastudio
Una Live in war stage



* ลิขสิทธิ์เพลง ລຳຜູ້ໄທສາວຜຼ້ໄທຮ່ອນຄຳ. และทุกเพลงในเว็บนี้ เป็นของเจ้าของลิขสิทธิ์นั้นๆ จุดประสงค์ของเว็บคือเพื่อโปรโมตเพลงของศิลปินเท่านั้น ไม่มีวัตถุประสงค์เพื่อการค้า และไม่สนับสนุนการ แจกเพลง ดาวน์โหลด โหลดเพลง ริงโทน และ mp3 เถื่อนใดๆทั้งสิ้น หากชื่นชอบในเพลง กรุณาซื้อแต่ของถูกลิขสิทธิ์เท่านั้น เพื่อให้ศิลปินยังคงสร้างสรรค์ผลงานดีๆให้ทุกท่านได้ฟังต่อไปได้

ไม่มีความคิดเห็น:

แสดงความคิดเห็น